ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບຄະນະຜູ້ແທນ
ກອງທັບປົດປ່ອຍປະຊາຊົນຈີນ ເຂົ້າຢ້ຽມຂ່ຳນັບ


     ໃນວັນທີ 9 ຕຸລາ 2023 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະ
ມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ພົນຕີ ຈາງຈ້ຽນຫຼິນ
ຮອງຫົວໜ້າສູນເຜີຍແຜ່ຂ່າວສານ ກອງທັບປົດປ່ອຍປະຊາ ຊົນຈີນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດ
ວຽກຢູ່ ສປປ ລາວ.

     ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ
ຢູ່ ສປປ ລາວ ໃນຄັ້ງນີ້ ຂອງສະຫາຍ ພົນຕີ ຈາງຈ້ຽນຫຼິນ ພ້ອມຄະນະ ເຊິ່ງເປັນການປະກອບສ່ວນນຳຜົນປະໂຫຍດສູງສຸດໃຫ້ແກ່ວຽກງານຂອງ
ສອງກອງທັບ ລາວ-ຈີນ ທັງເປັນການເພີ່ມພູນຄູນສ້າງຄວາມສາມັກຄີທີ່ມີມູນເຊື້ອອັນດີງາມ ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດ
ຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ-ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ນັບມື້ໝັ້ນຄົງທະນົງ
ແກ່ນ. ພ້ອມທັງໄດ້ຕີລາຄາສູງຕໍ່ໝາກຜົນຂອງການມາພົບປະລະຫວ່າງ ຄະນະຜູ້ແທນ ກອງທັບປົດປ່ອຍປະຊາຊົນຈີນ ແລະ ກອງທັບປະຊາຊົນ
ລາວ ໃນຄັ້ງນີ້ ຈະສາມາດຜັນຂະຫຍາຍ ແລະ ເຮັດສຳເລັດໜ້າທີ່ການເມືອງຂອງຕົນ ທີ່ສອງພັກ-ສອງລັດ ກໍຄື ສອງກະຊວງປ້ອງກັນປະເທດ ໄດ້
ຮັບໝາກຜົນດີຍິ່ງໆຂຶ້ນ.

     ໂອກາດນີ້, ສະຫາຍ ພົນຕີ ຈາງຈ້ຽນຫຼິນ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ທີ່
ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ ເຊິ່ງເປັນການປະກອບສ່ວນສຳຄັນຂອງການຮ່ວມມືຮອບດ້ານ ຈີນ-ລາວ,
ລາວ-ຈີນ ທີ່ມີມູນເຊື້ອມາແຕ່ຍາວນານໃຫ້ຈະເລີນງອກງາມ ພ້ອມທັງລາຍງານຜົນການມາພົບປະພົວພັນຮ່ວມມືລະຫວ່າງສອງຝ່າຍ ໃນຂົງເຂດ
ວຽກງານໂຄສະນາອົບຮົມ ເພື່ອພ້ອມກັນປົກປັກຮັກສາເສີມຂະຫາຍສາຍພົວພັນຮ່ວມມືລະຫວ່າງສອງຊາດ, ສອງກອງທັບ ລາວ-ຈີນ ໃຫ້ແໜ້ນ
ແຟ້ນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະ ການຮ່ວມມືພາຍໃນພາກພື້ນ
ແລະ ສາກົນ. ໃນວັນດຽວກັນນັ້ນ, ຄະນະຜູ້ແທນກອງທັບປົດປ່ອຍປະຊາຊົນຈີນ ຍັງໄດ້ເຂົ້າພົບປະຢ້ຽມຢາມສະຫາຍ ພົນໂທ ທອງລອຍ ສີລິວົງ
ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ອີກດ້ວຍ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 13/10/2023